ຊຸກຍູ້ການຄ້າຜະລິດຕະພັນສິນທະເລລະຫວ່າງ ຫວຽດນາມ ແລະ ນອກແວ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃຫ້ຮູ້ໃນ ວັນທີ 4 ມິຖຸນາ 2024 ຜ່ານມານີ້ວ່າ: ໃນຂອບເຂດການຮ່ວມມືດ້ານການຄ້າ
ກ່ຽວກັບສິນໃນນ້ຳແບບຍືນຍົງລະຫວ່າງ ຫວຽດນາມ ແລະ ນອກແວ, ຕອນເຊົ້າວັນທີ 4 ມິຖຸນາ 2024 , ຢູ່ ຮ່າໂນ້ຍ, ຫວຽດນາມ ສະ
ພາສິນທະເລ ນອກແວ ພ້ອມກັບກຸ່ມບໍລິສັດ ມາຊານ (Masan) ແລະ ກຸ່ມບໍລິສັດ ໂກລເດິນ ເກດທ໌ (Golden Gate) ໄດ້ລົງນາມ
ໃນຂໍ້ຕົກລົງຮ່ວມມືນຳໃຊ້ກາໝາຍສິນຄ້າ “ສິນທະເລ ຈາກນອກແວ” (Seafood from Norway) ໃນຖົງຫຸ້ມຫໍ່ຜະລິດຕະພັນສິນ
ທະເລທີ່ນຳເຂົ້າຈາກ ນອກແວ ໃນລະບົບຮ້ານສັບພະສິນຄ້າ ວິນມາດທ໌ (WinMart) ທົ່ວປະເທດ.
ໃນພິທີລົງນາມ, ທ່ານ ແອັສຈອນ ວາວິກ ຣັອດເວັດທ໌ (Asbjorn Warvik Rortveit), ຜູ້ອຳນວຍການສະພາປາແຊວມອນ
ນອກແວ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ຮູ້ວ່າ: ກຳລັງແຮງບົ່ມຊ້ອນກ່ຽວກັບບັນດາປະເພດສິນທະເລ, ສິນໃນນ້ຳເວົ້າລວມ ຢູ່ຕະຫຼາດ
ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ, ໃນນັ້ນ ມີຜະລິດຕະພັນປາແຊວມອນ ນອກແວ.
ສ່ວນ ທ່ານ ຫງວຽນ ຕຽນ ຢຸງ, ຮອງຜູ້ອຳນວຍການໃຫຍ່ລະບົບຮ້ານສັບພະສິນຄ້າ WinMart ໃຫ້ຮູ້ວ່າ: “ຈຸດປະສົງຂອງວິສາ
ຫະກິດ ແມ່ນຮັບໃຊ້ຜູ້ບໍລິໂພກບັນດາຜະລິດຕະພັນທີ່ມີຄຸນນະພາບ, ຕອບສະໜອງຢ່າງຖືກຕ້ອງຕາມຫຼັກອະນາໄມຄວາມປອດໄພດ້ານ
ສະບຽງອາຫານ ແລະ ເປັນມິດກັບສິ່ງແວດລ້ອມຢ່າງເຂັ້ມງວດ. ພວກຂ້າພະເຈົ້າ ຈະໃຫ້ຄຳໝັ້ນສັນຍາວ່າ: ຈະສ້າງບັນດາຜະລິດຕະພັນ
ທີ່ມີຄຸນນະພາບ ແລະ ນຳໃຊ້ບັນດາຜະລິດຕະພັນທີ່ມີຄຸນນະພາບດີທີ່ສຸດ, ຕອບສະໜອບບັນດາມາດຕະຖານສາກົນດ້ວຍລະດັບລາຄາທີ່
ເໝາະສົມ”.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/06/2024